ຢານາງເປັນພຶດສະໝູນໄພຊະນິດໜຶ່ງທີ່ພົບຫຼາຍກວ່າໝູ່ຢູ່ໃນພາກພື້ນຂອງອາຊີຕາເວັນອອກສ່ຽງໃຕ້ໂດຍສະເພາະຢູ່ພາກກາງ ແລະ ພາກເໜືອຂອງສປປລາວ. ນອກຈານີ້້ຍັງພົບເຫັນໃນພາກເໜືອຂອງປະເທດໄທອີກດ້ວຍ. ຢານາງເປັນຢາສະໝູນໄພຊະນີດໜຶ່ງທີ່ຄົນລາວ ແລະ ໄທມັກນຳເປັນສ່ວນປະກອບຂອງອາຫານເຊັ່ນ: ເກງໜໍ່ໄມ້ ເປັນຕົ້ນ. ນອກຈາກນີ້ຢານາງຍັງມີສານອາຫານທີ່ສຳຄັນຫຼາຍຢ່າງ ແລະ ສາມາດເປັນຢາປົວພະຍາດໄຂມັນອຸດຕັນ. ຢານາງເປັນຍັງເປັນສະໜູນໄພໃຫ້ແກ່ຜະລີດຕະພັນເຄື່ອງສຳອາງອີກດ້ວຍເຊັ່ນ: ຢາສະຜົນ, ຄີມ, ເຊລໍ່າ ແລະ ສະບູ. ພິເສດໄປກວ່ານັ້ນຢານາງມີສ່ວນປະກອບຂອງໄຮໂດຼຄໍຼຣວຍທີ່ເປັນສານອີມູໄຊເອີສາມາດປ້ອງກັນການແຍກຊັ້ນຂອງໄຂ ແລະ ນໍ້າໄດ້.