ຄວາມເປັນມາ ແລະ ຈຸດປະສົງ

AeroLaos "ແອໂຣລາວ" ໄດ້ຮັບການສ້າງຕັ້ງໃນວັນທີ 9 ມີນາ 2013 ໂດຍກ່ອນໜ້າເພຈມີຊື່ຮ້ອງວ່່າ I Love Airplane Laos (ຂ້ອຍຮັກການບິນ) ເລີ່ມຈາກເປັນຊຸມຊົນຂອງຄົນຮັກການບິນໃນປະເທດ ເຊິ່ງກາຍເປັນເພຈການບິນເພຈທໍາອິດຂອງ ສປປລາວ ,ເປັນເວທີໃນການແບ່ງປັນຄວາມຮູ້ ແລະ ຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແກ່ຄົນລາວ ແລະ ສັງຄົມລາວ.

[1]

ໃນປີ 2015 ທີມງານເຫັນໄດ້ເຖິງການເຕີບໃຫ່ຍ ມີຍອດຄົນຕິດຕາມເພຈເປັນປະຈໍາ, ທາງເພຈ AeroLaos "ແອໂຣລາວ" ຈຶ່ງປ່ຽນຊື່ເພື່ອໃຫ້ເຊື່ອງໂຍງກັບສາກົນ ແລະ ເປັນທີ່ຮູ້ຈັກຫຼາຍຂຶ້ນໃນເວທີເພຈການບິນ ຂອງພາກພື້ນ ເຖິງວ່າຢູ່ໃນຊ່ວງໃນຈັ່ງຫວະ ທີ່ສັງຄົມລາວ ຍັງມີຂໍ້ຈໍາກັດ ໃນການເຂົ້າເຖິງຂໍ້ມູນຂ່າວສານທາງອ່ອນລາຍ ແລະ ອິນເຕີເນັດ.

ສິ່ງພົ້ນເດັ່ນ ທີ່ "ແອໂຣລາວ" ໄດ້ນໍາສະເໜີ ເຫດການເຮືອບິນຕົກ ທີ່ແຂວງຈໍາປາສັກ ຫຼືທີ່ຮູ້ QV301 ໃນວັນທີ 16 ຕຸລາ 2013 ເກີດອຸບັດຕິເຫດ ຕົກລົງແມ່ນໍ້າຂອງ ເຮັດໃຫ້ ຈຸບິນ ແລະ ລູກເຮືອ ທັງໝົດ 49 ຄົນເສຍຊີວິດ, ລວມເຖິງເຫດການອຸບັດຕີເຫດທາງເຮືອບິນອຶ່ນໆ ,ທີ່ສໍາຄັນ ແມ່ນໄດ້ປະກອບສ່ວນ ເປັນສື່ກາງໃນວຽກງານສັງຄົມ ເຊັ່ນ: ຊ່ວຍເຫຼືອ ເຫດການໄພພິບັດຕ່າງໆ, ອຸບັດຕິເຫດທາງການຄົມມະນາຄົມ, ແຈ້ງພະຍາກອນອາກາດ...

ນອກຈາກນີ້, AeroLaos "ແອໂຣລາວ" ຍັງປະກອບສ່ວນໃນວຽກງານ ສົ່ງເສີມການບິນ-ການທ່ອງທ່ຽວ, ປະຊາສຳພັນ ໃຫ້ບັນດາຫົວໜ່ວຍທຸລະກິດການບິນທຸກພາກສ່ວນໃຫ້ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ເຊິ່ງຖືໄດ້ວ່າ ຄົນລາວສ່ວນຫຼາຍທຸກຄົນ ແມ່ນຮູ້ຈັກດີ.